ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ນາງ ຫວໍ​ທິ​ ແອັງ​ຊວນ ດຳລົງ​ຕຳແໜ່ງ​ຮັກສາ​ການ​ປະທານ​ປະເທດ ຫວຽດນາມ


     ຕາມ​ຂ່າວ​ຈາກ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ຫວຽດນາມ ລາຍງານໃຫ້ຮູ້ວ່າ: ພາຍຫຼັງ​ອັດ​ກອງ​ປະຊຸມ​ວິສາມັນ ຄັ້ງ​ທີ 6, ສະພາ​ແຫ່ງ​ຊາດ
ຊຸດ​ທີ XV, ອີງໃສ່​ລັດ​ຖະ​ທຳ​ມະນູນ​ຂອງ ​ສສ ຫວຽດນາມ ແລະ ຂໍ້​ກຳນົດ​ຂອງ​ກົດໝາຍທີ່ກ່ຽວຂ້ອງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ໄດ້​ປະກາດ
​ແຈ້ງ​ການກ່ຽວ​ກັບ ການ​ປະຕິບັດ​ສິດ​ເປັນ​ປະທານປະເທດ ໂດຍ​ມີ​ການ​ແຕ່ງຕັ້ງ​ສະຫາຍ ນາງ ຫວໍ​ ທິ ແອັງ​ ຊວນ ຮອງ​ປະທານ​ປະເທດ, ເປັນ​ຜູ້​
ຮັກສາ​ການປະທານ​ປະເທດ ນັບ​ແຕ່​ວັນ​ທີ 21 ມີນາ 2024 ນີ້ ເປັນຕົ້ນ​ໄປຈົນ​ຮອດ​ເວລາ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ປະທານປະເທດ​ຄົນ​ໃໝ່.

     ໃນ​ກອງ​ປະຊຸມ​ຄັ້ງ​ວັນ​ທີ 21 ມີນາ 2024, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ຄະນະ​ປະ ຈຳ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບເລື່ອງ​ຍົກເລີກ
​ການ​ປະຕິບັດ​ໜ້າທີ່ ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ XV ສຳລັບ ​ສະຫາຍ ເຈີນ​ ຕວນ ​ແອັງ ຂຶ້ນ​ກັບ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ
ແຂວງ​ແຄງ​ຮວ່​​າ, ພິ ຈາລະນາ​ເລື່ອງ​ພົ້ນຕຳແໜ່ງ​ປະທານ​ປະເທດ ​ສສ ຫວຽດນາມ ອາຍຸ​ການ 2021-2026 ແລະ ຍົກເລີກ​ການ​ປະຕິບັດ​ໜ້າທີ່
ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ XV ສຳລັບ ​ສະຫາຍ ຫວໍ​ ວັນ ​ເຖືອງ ຂຶ້ນ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ນະຄອນ​ດາ​ໜັງ; ພິຈາລະ
ນາ​ເລື່ອງ​ປົດ​ໜ້າທີ່​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ XV ສຳລັບ ທ່ານ ນາງ ຮວ່າງ​ ທິ​ ຖູຍ​ ລານ ຂຶ້ນ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​
ແຂວງຫວີງ​ຟຸກ.

     ພາຍຫຼັງໄດ້​ຮັບ​ຟັງ​ການ​ລາຍ​ງານ, ໃບ​ສະເໜີ​ຄຳ​ເຫັນ​ຂອງ​ສະຫາຍ ຫວໍ ​ວັນ ​ເຖືອງ, ສະພາ​ແຫ່ງ​ຊາດ ໄດ້​ດຳເນີນ​ການ​ປຶກສາ​ຫາລື, ປ່ອນ​ບັດ
ລັບ ແລະ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ພົ້ນ​ຕຳແໜ່ງ​ປະ ທານປະເທດ ​ສສ ຫວຽດນາມ ອາຍຸ​ການ 2021-2026 ແລະ ຍົກເລີກ​ການ​ປະຕິ
ບັດ​ໜ້າທີ່ເປັນ​ສະມາຊິກສະພາ​ແຫ່ງ​ຊາດ ຊຸດ​ທີ XV ສຳລັບ​ສະຫາຍ ຫວໍ​ ວັນ​ ເຖືອງ, ມະຕິ​ກ່ຽວ​ກັບ​ການ​ງົດ​ໜ້າທີ່​ເປັນ​ສະມາຊິກສະພາ​ແຫ່ງ​
ຊາດ ຊຸດ​ທີ XV ສຳ ລັບ​ສະຫາຍ ນາງ ຮວ່າງ ​ທິ​ ຖຸຍ​ ລານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/03/2024